top of page

ກ່ຽວກັບພວກເຮົາ

ສພທ ຍິນດີຕ້ອນຮັບ
 

          ສູນຝຶກອົບຮົມເພື່ອການພັດທະນາທຸລະກິດຂອງພວກເຮົາ ມີຄວາມຍິນດີຕ້ອນຮັບທຸກທ່ານ ເພື່ອພ້ອມກັນ ສ້າງບັນຍາກາດອັນອົບອຸ່ນຢ່າງເປັນກັນເອງ ທັງຊ່ວຍຊູຍູ້ໜູນ ໃຫ້ທຸກທ່ານສາມາດ ເຊື່ອມໂຍງເຂົ້າກັບສິ່ງ ແວດລ້ອມແຫ່ງການຮຽນຮູ້ ຢູ່ນະຄອນຫຼວງວຽງຈັນເອງ.

 

     ປະຫວັດຄວາມເປັນມາທາງດ້ານການສຶກສາ, ແຮງຈູງໃຈ ຫຼື ຄວາມກະຕືລືລົ້ນຂອງທ່ານ ຈະຢູ່ໃນລະ ດັບໃດກໍຕາມ, ຈຸດໝາຍຂອງພວກເຮົາແມ່ນໃສ່ໃຊ້ສ້າງກາລະໂອກາດໃຫ້ທຸກທ່ານ, ແຕ່ລະຄົນສາມາດຮຽນຮູ້ ໄດ້ຕະຫຼອດຊີວິດ ແລະ ສາມາດຊອກຫາ ທາງອອກທາງດ້ານການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານ ວິຊາການໃຫ້ສູງຂຶ້ນເລື້ອຍໆ. ພວກເຮົາພະຍາຍາມ ຮັກສາຊື່ສຽງທາງດ້ານການຝຶກອົບຮົມ ໂດຍທິມງານນັກ ວິທະຍາກອນທີ່ມີປະສົບການໄດ້ຫຼາຍສິບປີມາແລ້ວ ທີ່ເປັນແຮງບັນດານໃຈ ແລະ ແຮງຈູງໃຈ ໃນການດຶງດູດ ເອົານັກສຶກສາ ແລະ ທຸລະກິດ ຫຼາຍໆແຫ່ງເຂົ້າຮ່ວມໃນຂະບວນການສ້າງຊັບພະຍາກອນມະນຸດ.

 

        ເພື່ອສືບຕໍ່ຕອບສະໜອງຕໍ່ຄໍາໝັ້ນສັນຍາທີ່ໄດ້ໃຫ້ໄວ້ນັ້ນ, ທິມງານຂອງພວກເຮົາ ຊຶ່ງລ້ວນແລ້ວແຕ່ມີຄຸນວຸດທິພ້ອມພ້ອມ, ມີຄວາມຊໍານານງານ ແລະ ອຸທິດທຸກສິ່ງທຸກຢ່າງເພື່ອຄຸນນະ ພາບລະດັບສູງຂອງການບໍລິ ການ ຈະເນັ້ນໜັກເປັນພິເສດໃສ່ຄວາມເປັນເລີດທາງດ້ານການຝຶກອົບຮົມ ແລະ ສົ່ງເສີມໃຫ້ຄວາມ ມຸ້ງມາດ ປາຖະໜາ ອັນຊອບທໍາຂອງທຸກທ່ານ ແລະ ທຸກທຸລະກິດ ໃນການຍົກລະດັບຂີດຄວາມສາມາດຂອງຕົນເອງ.

 

   ຫວັງຢ່າງຍິ່ງວ່າ, ທຸກທ່ານຈະຍາດແຍ່ງກາລະໂອກາດ ເພື່ອພົບປະກັບພວກເຮົາເພື່ອພ້ອມກັນປຶກສາ ຫາລືຊອກຫາຊ່ອງທາງນໍາກັນ ໃນການແກ້ໄຂບັນຫາທາງດ້ານຂໍ້ມູນຂ່າວສານກໍຄືທາງ ດ້ານການຝຶກອົບຮົມຍົກ ລະດັບຄວາມຮູ່້-ຄວາມສາມາດໃຫ້ສູງຂຶ້ນຢ່າງ ບໍ່ຢຸດຢັ້ງ.

 


 

Our Philosophy

111

Our History

111

bottom of page