top of page

ຫໍສະໝຸດ

ປຶ້ມຕໍາລາ-ປຶ້ມວິຊາການ-ເອກະສານຄົ້ນຄ້ວາ

   ຫໍສະໝຸດຂອງສູນຝຶກອົບຮົມປະກອບດ້ວຍປຶ້ມຕໍາລາ-ປຶ້ມວິຊາການ-ເອກະສານຄົ້ນຄ້ວາ-ວາລະ ສານ ສະເພາະກິດ ໃນຂະແໜງວິຊາຕ່າງໆ ຫຼາຍກວ່າ 5000 ເຫຼັ້ມ ໃນບາງຂະແໜງວິຊາຕ່າງໆ ເຊັ່ນ:

 

ການບັນຊີ, ລະບົບການສະໜອງຂໍ້ມູນຂ່າວສານ, ຫຼັກການການບັນຊີ, ທິດສະດີການບັນຊີ, ການບັນຊີ ລົງເລິກ, ການກວດສອບ, ການທະນາຄານ, ການທຸລະກິດ, ການສື່ສານທາງທຸລະກິດ, ການຄຸ້ມຄອງ ຕົ້ນທຶນ, ວັດຈະນານຸກົມ,  ເສດຖະມິຕິ, ເສດຖະ ສາດ, ສາລະນຸກົມ, ຈັນຍາບັນການເງິນ ແລະ ການ ລົງທຶນ, ການບັນຊີການເງິນ, ການວິເຄາະເອກະສານລາຍງານການເງິນ, ຫຼັກການການບັນຊີທີ່ຖືກຮັບ ຮອງເອົາໂດຍທົ່ວໄປ, ພູມສາດ, ການບັນຊີແຫ່ງລັດ, ປະຫວັດສາດ, ການຄຸ້ມຄອງຊັບພະຍາ ກອນມະ ນຸດ, ມາດຕະຖານສາກົນດ້ານການລາຍງານການເງິນ, ລະບົບການສະ ໜອງຂໍ້ມູນຂ່າວສານ, ເຕັກໂນໂລ ຊີການສະໜອງຂໍ້ມູນຂ່າວສານ, ການບັນຊີພາກລະ ຫ່ວາງກາງ, ການບັນຊີສາກົນ, ກົດໝາຍ, ເສດຖະ ກິດມະຫາພາກ, ການຄຸ້ມຄອງ, ການບັນຊີດ້ານການຄຸ້ມຄອງ, ລະບົບການສະໜອງຂໍ້ມູນຂ່າວສານດ້ານ ການຄຸ້ມຄອງ, ວິທະຍາສາດການຄຸ້ມຄອງ, ການບັນຊີດ້ານການຈັດການ, ການຕະຫຼາດ, ຄະນິດສາດ ແລະ ການຄິດໄລ່, ເສດຖະກິດຈຸນລະພາກ, ການບັນຊີສໍາລັບຫົວໜ່ວຍທີ່ ບໍ່ສະແຫວງຫາກໍາໄລ, ການຄຸ້ມຄອງທຸລະກິດ, ຄວາມປະພຶດດ້ານການຈັດຕັ້ງ, ການ ຄົ້ນຄ້ວາ, ການວິໄຈ, ຕະຫຼາດຫຼັກຊັບ, ສະຖິຕິ, ການຄຸ້ມຄອງຍຸດທະສາດ, ການສ່ວຍ ສາອາກອນ

 

ຫໍສະໝຸດຄົ້ນຄ້ວາ ປະກອບດ້ວຍຕູ້ປຶ້ມ 16 ໜ່ວຍ ຊຶ່ງປະກອບປຶ້ມຫຼາຍກ່ວາ 5000 ເຫຼັ້ມ. ມີໂຕະຕັ່ງ ທີສາມາດຮັບຜູ້ອ່ານໄດ້ເຖິງ 15 ຄົນ.

 
ປຶ້ມອີເລັກໂທຼນິກ

ນອກຈາກອ່ານປຶ້ມໃນຕູ້ແລ້ວ, ທ່ານຜູ້ສະແຫວງຫາການຄົ້ນຄ້ວາ ຍັງສາມາດເຂົ້າ ອ່ານປຶ້ມອີເລັກໂທຼນິກ ຜ່ານຈໍຄອມພິວເຕີທີ່ແຍກສ່ວນ. ແຕ່ລະຄັ້ງສາມາດຮັບໄດ້ 3 ຄົນ. ຖ້າມີຄວາມຕ້ອງການຢາກພິມ ເອກະສານໃດໜຶ່ງ, ສາມາດສະເໜີນໍາເຈົ້າໜ້າທີ່ ປະຈໍາຫໍສະໝຸດເພື່ອຈັດພິມໃຫ້ຕາມລະບຽບການ.

 

ທ່ານຜູ້ໃດສົນໃຈເຂົ້າອ່ານປຶ້ມຕ່າງໆ, ສາມາດຈົດທະບຽນເປັນສະມາຊິກໄດ້ທີ່ສູນ. ຈະມີການອອກບັດ ສະມາຊິກໃຫ້ ແລະ ຕໍ່ອາຍຸໄດ້ເປັນ ແຕ່ລະປີ.

   ລະບຽບ

ວ່າດ້ວຍການໃຊ້ຫໍສະໝຸດ

  1. ສ້າງສູນສະໜອງຂໍ້ມູນຂ່າວສານ ຜ່ານຫໍສະໝຸດຄົ້ນຄ້ວາ ທີ່ປະກອບມີປຶ້ມຕໍາລາວິຊາການ, ບົດວິໄຈ, ເອກະສານ ແລະ ວາລະສານຄົ້ນຄ້ວາຕ່າງໆ ທີ່ມີຫຼາຍກ່ວາ 5000 ກວ່າຫົວ ທັງສະໜອງປຶ້ມຕໍາລາອີເລັກໂທຼນິກຫຼາຍກ່ວາ 5 ພັນຫົວ ທີ່ຕອບສະໜອງຕໍ່ຄວາມຕ້ອງການຍົກລະດັບຄວາມຮູ້ໃນທ່າມກາງສິ່ງແວດລ້ອມທີ່ສະດວກ ແລະ ທັນສະໄໝ ຜ່ານການລົງເລິກອ່ານເນື້ອໃນເອກະສານ, ປຶ້ມຕໍາລາວິຊາການເພື່ອຍາດແຍ່ງເອົາຄວາມຮູ້ທີ່ໃໝ່ອ່ຽມ, ຮຽນຮູ້ເຕັກນິກການຂີດຂຽນ, ການວິເຄາະ, ລົງເລິກອ່ານເນື້ອໃນ ບົນພື້ນຖານຂໍ້ແນະນໍາໃນປຶ້ມຄູ່ມື ທີ່ຮຽບຮຽງໂດຍບັນດານັກປາດ, ສາດສະດາຈານ ແລະ ນັກວິທະຍາກອນທີ່ລືຊື່ຂອງພາກພື້ນ ແລະ ຂອງໂລກ;

  2. ເປັນບ່ອນສະໜອງແຫຼ່ງຂໍ້ມູນຂ່າວສານ ໃນຫໍສະໝຸດຄົ້ນຄ້ວາ[1]ໃຫ້ແກ່ນັກສຶກ ສາຂັ້ນປະລິນຍາໂທ ແລະ ປະລິນຍາເອກ, ຕະຫຼອດເຖິງບັນດາອາຈານ, ຜູ້ປະກອບອາຊີບອິດ ສະຫຼະດ້ານທີ່ປຶກສາທຸລະກິດ, ນັກບັນຊີ, ນັກກວດສອບ, ນັກຄຸ້ມຄອງ, ນັກທຸລະກິດ ມີໂອກາດໄດ້ສຶກສາ​ເພີ່ມ​ຕື່ມ ກ່ຽວ​ກັບ ປຶ້ມຕໍາລາ, ເອກະສານຄົ້ນຄ້ວາຕ່າງໆ ເພື່ອເປັນບ່ອນອີງໃຫ້ຮຽບຮຽງປຶ້ມຕໍາລາ, ຄົ້ນຄ້ວາ, ແຕ່ງບົດສອນ ແລະ ບົດປະຖະກະຖາ, ທັງບົດຮຽນຂອງສ.ປ.ປ.ລາວ, ຂອງພາກພື້ນ ແລະ ສາກົນ;

  3. ຄົ້ນຄ້ວາ, ຮຽບຮຽງ, ແຕ່ງປຶ້ມຕໍາລາ, ປຶ້ມຄູ່ມືວິຊາການ ແລະ ເອກະສານຝຶກອົບຮົມ ເພື່ອຕອບສະໜອງຄວາມຕ້ອງການດ້ານການສຶກສາສາຍວິຊາຊີບຂະແໜງການທຸລະກິດຕ່າງໆ ກໍຄືການສຶກສາ ຊັ້ນສູງ, ມະຫາວິທະຍາໄລ ແລະ ເໜືອວິທະຍາໄລ ຕາມ​ໂມ​ດູ​ນວິຊາ​ຮຽນ ທີ່​ກະຊວງ​ສຶກສາ​ໄດ້​ຮັບຮອງ​ເອົາ ແລະ ຈໍາໜ່າຍເພື່ອຮັບໃຊ້ການຄົ້ນຄ້ວາຮໍ່າຮຽນຂອງນັກສຶກສາ, ການສິດສອນຂອງຄູອາຈານ, ແລະ ການສຶກສາເພີ່ມຕື່ມສໍາລັບນັກຝຶກອົບຮົມຂະແໜງການຕ່າງໆ;

 

ສະນັ້ນເພື່ອເປັນການປົກປັກຮັກສາປື້ມຕຳລາ, ອຸປະກອນເຄື່ອງໃຊ້ສ່ວນລວມໃຫ້ຄຸ້ມຄ່າ, ແລະຍາວນານຮອດລຸ້ນຕໍ່ໆໄປ ທາງສູນ ສພທ ຈິງໄດ້ວາງລະບຽບຕ່າງໆອອກມາເພື່ອໃຫ້ຜູ້ຊົມໃຊ້ບໍລິການໄດ້ປະຕິບັດຕາມ ດັ່ງນີ້:

ມາດຕາ 1. ວ່າດ້ວຍການເປັນສະມາຊິກ.

          ພະນັກງານ, ນັກສຶກສາ ແລະ ຜູ້ທີ່ຕ້ອງການຢາກເປັນສະມາຊິກຂອງຫໍສະໝຸດຕ້ອງປະກອບມີເອກະສານດັ່ງນີ້:

  • ປະກອບຄຳຮ້ອງຂໍເຂົ້າເປັນສະມາຊິກ 1 ຊຸດ (ເອົາຢູ່ຫໍສະໝຸດ)

  • ກອບປີ້ ບັດປະຈຳຕົວ ຫຼື ບັດພະນັກງານອື່ນໆ

  • ຮູບ ຂະໜາດ 2x3 : 2 ໃບ

  • ຄ່າທຳນຽມດັ່ງທີ່ໄດ້ລະບຸໄວ້ໃນມາດຈາ 3 ຂອງກົດລະບຽບສະບັບນີ້

  • ບັດສະມາຊິກດັ່ງກ່າວໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນຄົບ 1 ປີ ເທົ່ານັ້ນ

  • ກໍລະນີບັດເສຍ, ຈີກຂາດ, ບໍສາມາດລະບຸໄດ້ ໃຫ້ນຳເອົາບັດດັ່ງກ່າວມາສະເໜີຕໍ່ພະນັກງານຫໍສະໝຸດ ເພື່ອຈະປ່ຽນບັດໃໝ່ໃຫ້ ແລະ ຕ້ອງໄດ້ເສຍຄ້່ທຳນຽມເພີ່ມ

ມາດຕາ 2. ວ່າດ້ວຍຜູ້ມີສິດໃຊ້ ຫໍສະໝຸດ

  • ຜູ້ທີ່ຖືບັດເປັນສະມາຊິກ ຫໍສະໝຸດ ສພທ ເຊັ່ນ: ອາຈານ, ພະນັກງານ, ທຸກທ່ານທີ່ມີບັດສະມາຊິກ ຂອງປີ 1 ເທົ່ານັ້ນ

  • ສ່ວນຜູ້ທີ່ບໍ່ມີບັດສະມາຊິກ ຖ້າຈະໃຊ້ບໍລິການກໍ່ຕ້ອງເສຍຄ່າບໍລິການເປັນລາຍຄັ້ງ ໃຫ້ກັບຫໍສະໝຸດຄັ້ງລະ 5000 ກີບ/ຄັ້ງ ແຕ່ບໍ່ສາມາດຢືມປື້ມອອກຈາກຫໍສະມຸດໄດ້

ມາດຕາ 3. ຄ່າທຳນຽມບັດຫໍສະໝຸດ

  • ສະມາຊິກ ຕ້ອງຈ່າຍຄ່າທຳນຽມ 100000 ກີບ / ປີ (ເຮັດບັດໃໝ່ + ໃບຄຳຮ້ອງ)

ມາດຕາ 4. ຜູ້ທີ່ມີສິດຢືມປື້ມອອກໄດ້.

  • ແມ່ນຜູ້ທີ່ຖືບັດເປັນສະມາຊິກຂອງຫໍສະໝຸດ ປະຈຳ 1 ປີ ເທົ່ານັ້ນ ແລະ ຕ້ອງມີການຕໍ່ອາຍຸກ່ອນ ຖ້າບັດໝົດອາຍຸຈຶ່ງຈະສາມາດຢືມປື້ມອອກໄດ້

ມາດຕາ 5. ວ່າດ້ວຍການຢືມ - ການສົ່ງປື້ມ

  • ສຳລັບທານທີ່ມີບັດສະມາຊິກຫໍສະໝຸດ ສາມາດຢືມປື້ມໄດ້ຄັ້ງລະ 2 ເຫຼັ້ມຕໍ່ 5 ມື້ເທົ່ານັ້ນ

  • ຕ້ອງສະແດງບັດສະມາຊິກທຸກຄັ້ງທີ່ມີການຢືມ - ການສົ່ງປື້ມ

  • ກ່ອນວັນທີ່ບັດໝົດອາຍຸ 7 ວັນຕ້ອງສົ່ງປື້ມຄືນ ແລ້ວຕໍ່ບັດກ່ອນຈຶ່ງຢືມຕໍ່ອີກຄັ້ງໃໝ່ໄດ້

ມາດຕາ 6 ຂໍ້ຫ້າມ ແລະ ຂໍ້ແນະນຳໃນການຢືມ - ການສົ່ງ

  • ຫ້າມເອົາບັດສະມາຊິກຄົນອື່ນມາຢືມ, ແຕ່ສາມາດມາສົ່ງແທນກັນໄດ້

  • ຕ້ອງສົ່ງປື້ມ, ຕຳລາ ຕາມທີ່ໄດ້ແຈ້ງໄວ້ໃນບັດກຳນົດສົ່ງໃຫ້ຖືກຕ້ອງ

  • ເມື່ອຮອດກຳນົດສົ່ງ ແຕ່ວຽກ ຫຼືຄວາມຕ້ອງການໃຊ້ປື້ມຍັງມີຢູ່ ຜູ້ຢືມມີສິດຕໍ່ເວລາໄດ້ອີກ ແຕ່ຕ້ອງນຳເອົາປື້ມນັ້ນ ມາສົ່ງແລ້ວຂໍຢືມໃໝ່, ຖ້າທ່ານບໍ່ນຳປື້ມດັ່ງກ່າວມາສະເໜີນຳພະນັກງານບໍລິການຖືວ່າຍັງບໍ່ທັນສົ່ງ ແລະ ຖ້າກາຍກຳນົດຈະຖືກປັບໄໝ

ມາດຕາ 7. ວ່າດ້ວຍການຕໍ່ອາຍຸປື້ມ

  • ປື້ມ, ​ຕຳລາຮຽນຕ່າງໆສາມາດຢືມຕໍ່ກັນໄດ້ພຽງ 2 ຄັ້ງ ຕິດຕໍ່ກັນ

  • ແຕ່ຕ້ອງເອົາປື້ມມາສົ່ງຕາມທີ່ມື້ກຳນົດຢູ່ໃນບັນທຶກການຢຶມ -ການສົ່ງກ່ອນຈຶງສາມາດຢຶມຕໍ່ໄດ້ ສາມາດຢຶມຕໍ່ໄດ້ 1 ເທື່ອ (ຖ້າບໍ່ມີຜູ້ສັງຈອງປື້ມດັ່ງກ່າວ)

ມາດຕາ 8. ວ່າດ້ວຍປື້ມທີ່ບໍ່ອະນຸຍາດໃຫ້ຢືມອອກນອກຫໍສະໝຸດ

  • ວິທະຍານິພົນ, ວາລະສານ ບົດລາຍງານ, ໜັງສືພິມ, ແລະ ປື້້ມອີກຈຳນວນໜຶ່ງ

ມາດຕາ 9 ວ່າດ້ວຍລະບຽບທົ່ວໄປສຳລັບຫ້ອງອ່ານ

  • ຜູ້ທີ່ຈະເຂົ້າໃຊ້ຫໍສະໝູດ ຕ້ອງແຕ່ງກາຍສຸພາບ, ຮຽບຮ້ອຍ

  • ຕ້ອງຝາກກະເປົາ, ກະເປົາໂນດບຸກ, ເສື້ອກັນລົມ, ກັນໜາວ, ເສື້ອຄຸມໃຫ້ແກ່ໄວໃນກະເປົາຂອງຕົນເອງ ເອົາໄວໃຫ້ຮຽບຮ້ອຍເສຍກ່ອນເອົາບັດນຳພະນັກງານທີ່ປະຕູເຂົ້າ, ຖ້າມີເງິນ ຫຼື ວັດຖຸມີຄ່າ ອື່ນໆຄວນຮັກສາ ແລະ ເກັບໄວ້ດ້ວຍຕົນເອງ

  • ອະນຸຍາດໃຫ້ຖືສໍດຳ, ປາກກາ, ບິກ, ເຈ້ຍຂາວ ຫຼື ປື້ມຂຽນສຳລັບບັນທຶກ, ສ່ວນປື້ມຕຳລາ ຫຼືສິ່ງພິມອື່ນໆ ບໍ່ອະນຸຍາດໃຫ້ນຳເຂົ້າຫໍສະໝຸດເດັດຂາດ

  • ຕ້ອງຮັກສາກົດລະບຽບໃນຫ້ອງອ່ານ, ການເວົ້າຈາຄວນສຸພາບ, ຫ້າມວົນແຊວອັນເປັນການລົບກວນສະມາທິຂອງຜູ້ອື່ນ.

  • ຮັກສາປື້ມ ແລະເອກະສານຕ່າງໆບໍ່ໃຫ້ຈີກຂາດ, ເປ່ເພ, ເປິເປື້ອນ ແລະ ຕົກເຮ່ຍເສຍຫາຍ

  • ຫ້າມຂີດຂຽນສິ່ງໃດໆໃສ່ປື້ມ ຫຼືໂຕ໊ະຕັ່ງ

  • ຫ້າມສູບຢາໃນຫ້ອງອ່ານ

  • ຫ້າມໃຊ້ຫ້ອງສະໝຸດເປັນບ່ອນພົບປະໂອ້ລົມ ຫຼື ເປັນບ່ອນນອນເດັດຂາດ

  • ຫ້າມນຳເອົາອາຫານ, ເຂົ້າໜົມ ແລະ ເຄື່ອງດຶ່ມທຸກຊະນິດເຂົ້າໃນຫ້ອງອ່ານ

  • ຫ້າມຍ້າຍໂຕ໊ະຕັ່ງຂາກບ່ອນທີ່ຈັດໄວ້ໃຫ້

  • ກ່ອນອອກຈາກຫ້ອງອ່ານຕ້ອງເອົາປື້ມ ຫຼື ເອກະສານ ທີ່ຕົນເອງໃຊ້ຄົ້ນຄ້ວາໄປວາງໄວ້ໜ້າໂຕ໊ະທີ່ຈັດໄວ້ໃຫ້

ຫາກມີຂໍ້ຂັດຂ້ອງ ຫຼື ມີບັນຫາໃດໆກ່ຽວກັບການໃຊ້ຫໍສະໝຸດຕ້ອງປຶກສານຳພະນັກງານ

  • ກໍລະນີມີການສົງໄສ, ຈະຖືກກວດຄົ້ນ ແລະຕັກເຕືອນຈາກພະນັກງານຫໍສະໝຸດ

ມາດຕາ 10 ວ່າດ້ວຍລະບຽບການປັບໄໝ

  • ການສົ່ງປື້ມການກຳນົດຈະຖືກປັບໄໝຫົວລະ 1500/ 1 ວັນ ລວມທັງວັນເສົາ ແລະ ວັນອາທິດ, ຖ້າສົ່ງກາຍກຳນົດ 5 ຄັ້ງຈະຖືກສະຫຼະສິດ ຈາກການເປັນສະມາຊິກຫໍສະໝຸດ

  • ກໍລະນີຢາກກ໊ອບປີ້ ເອົາເນື້ອໃນປື້ມ ຫຼື ເອກະສານ ແມ່ນສາມາດກ໊ອບປີ້ ໄດ້ຢູ່ໃນຫໍສະໝຸດຂອງພວກເຮົາບໍ່ອະນຸຍາດໃຫ້ເອົາໄປຂ້າງນອກ

  • ບຸກຄົນທີ່ເຮັດປື້ມຈີກ, ຂາດ ຫຼື ເຮັດເສຍ ຕ້ອງໃຊ້ແທນດ້ວຍປື້ມແບບເດີມ, ຖ້າໃຊ້ແທນບໍ່ໄດ້ຈະຖືກປັບໄໝ 3 ເທົ່າຂອງລາຄາປື້ມເຫຼັ້ມນັ້ນ.

  • ບຸກຄົນໃດລັກປື້ມ, ເອກະສານ ອຸປະກອນ ແລະທຳລາຍປື້ມເຊັ່ນ: ລັກຕັດ ຫຼື ຈີກເອົາຮູບພາບ, ເນື້ອໃນ, ສູດຄິດໄລ່ຕ່າງໆຜູ້ນັ້ນຈະຖືກໄລ່ອອກຈາກການເປັນສະມາຊິກຫໍສະໝຸດທັນທີ່ ພ້ອມດ້ວຍການປັບໄໝເປັນຈຳນວນເງິນ 3 ເທົ່າຂອງລາຄາປື້ມດັ່ງກ່າວ ແລະ ຈະນຳສະເໜີຕໍ່ຄະນະຮັບຜິດຊອບ ເພື່ອພິຈາລະນາໂທດຕາມສົມຄວນ

ມາດຕາ 11 ວ່າດ້ວຍການເປີດບໍລິການ ການຢືມ - ການສົ່ງປື້ມ

  • ຕອນເຊົ້າ ວັນຈັນ - ວັນສຸກ 8:15 -12 :00

  • ຕອນບາຍ ວັນຈັນ -ວັນສຸກ 1:00 – 5:00

 

[1]  ຫໍສະໜຸດຄົ້ນຄ້ວາໃນປັດຈຸບັນ ປະກອບດ້ວຍປຶ້ມຕໍາລາ, ເອກະສານວິຊາການຕ່າງໆ ເປັນຈໍານວນທັງໝົດ 5 000 ກ່ວາເຫຼັ້ມ

bottom of page