top of page

​ວັດຖຸປະສົງຕົ້ນຕໍ

ວັດຖຸປະສົງຕົ້ນຕໍ       

 

  1. ສ້າງສູນສະໜອງຂໍ້ມູນຂ່າວສານ ຜ່ານຫໍສະໝຸດຄົ້ນຄ້ວາທີ່ປະກອບມີ ປຶ້ມຕໍາລາວິຊາການ, ບົດວິໄຈ, ເອກະສານ ແລະ ວາລະສານຄົ້ນຄ້ວາ ຕ່າງໆ ທັງສະໜອງປຶ້ມຕໍາລາອີເລັກໂທຼນິກ ຫຼາຍກ່ວາ 5.000ຫົວ ທີ່ຕອບສະໜອງຕໍ່ຄວາມຕ້ອງການ ຍົກລະດັບຄວາມຮູ້ໃນທ່າມກາງ ສິ່ງແວດລ້ອມທີ່ສະດວກ ແລະ ທັນສະໄໝ ຜ່ານການລົງເລິກອ່ານ ເນື້ອໃນເອກະສານ, ປຶ້ມຕໍາລາວິຊາການ ເພື່ອຍາດແຍ່ງເອົາຄວາມຮູ້ທີ່ ໃໝ່ອ່ຽມ, ຮຽນຮູ້ ເຕັກນິກການຂີດຂຽນ, ການວິເຄາະ, ລົງເລິກອ່ານ ເນື້ອໃນ ບົນພື້ນຖານຂໍ້ແນະນໍາໃນປຶ້ມຄູ່ມື ທີ່ຮຽບຮຽງໂດຍບັນດານັກ ປາດ, ສາດສະດາຈານ ແລະ ນັກວິທະຍາກອນທີ່ລືຊື່ຂອງພາກພື້ນ ແລະ ຂອງໂລກ;

  2. ຊ່ວຍຍົກສູງຂີດຄວາມສາມາດຂອງພະນັກງານວິຊາການ ໃນທຸລະກິດ ທຸກຂະໜາດ ນ້ອຍ, ກາງ ແລະ ໃຫ່ຍ ທາງດ້ານ ຄວາມຮູ້ທາງດ້ານ ລົງທຶນ, ການທຸລະກິດ, ການຕະຫຼາດ, ການຜະລິດ, ການຄຸ້ມຄອງ, ການເງິນ, ການບັນຊີ, ການທະນາຄານ, ເພື່ອສໍາເລັດໜ້າທີ່ປະຈໍາ ໃນ ກິດຈະການຕ່າງໆ ຂອງກົມກອງຂອງຕົນເອງ ຈຶ່ງເປັນແຮງຈູງໃຈພາໃຫ້ ມີແຮງ ບັນດານໃຈສ້າງຕັ້ງ ສູນສະເພາະກິດດັ່ງກ່າວຂຶ້ນ;

  3. ເພື່ອຊ່ວຍເຮັດໃຫ້ຫົວໜ່ວຍທຸລະກິດຕ່າງໆ​ ເພີ່ມ​ທະວີ​ລະດັບ​ຄວາມ​ສາມາດ​ໃນ​ການວິເຄາະ, ວິໄສ, ສຶກສາ ແລະ ສ້າງພັດ ທະນາແຜນ ການການຜະລິດ, ການຈໍາໜ່າຍ ແລະ ການຄຸ້ມ ຄອງຮອບດ້ານຂອງ ຕົນ, ຜ່ານສູນຝຶກອົບຮົມ-ຄົ້ນຄ້ວາ ແລະ ພັດທະນາວິຊາຊີບທຸລະກິດ.

bottom of page