top of page

ໜ້າທີ່ - ກິດຈະການຕົ້ນຕໍ

  1.  ປະຕິບັດພາລະບົດບາດເປັນສູນສະໜອງແຫຼ່ງຂໍ້ມູນຂ່າວສານ ໃນຫໍສະໝຸດຄົ້ນຄ້ວາໃຫ້ແກ່ນັກສຶກ ສາຂັ້ນປະ ລິນຍາໂທ ແລະ ປະລິນຍາເອກ, ຕະຫຼອດເຖິງບັນດາອາຈານ, ຜູ້ປະກອບອາຊີບອິດສະຫຼະດ້ານທີ່ປຶກສາທຸລະ ກິດ, ນັກບັນຊີ, ນັກກວດສອບ, ນັກຄຸ້ມຄອງ, ນັກທຸລະກິດ ມີໂອກາດໄດ້ ສຶກສາ​ເພີ່ມ​ຕື່ມ ກ່ຽວ​ກັບ ປຶ້ມຕໍາລາ, ເອກະສານຄົ້ນຄ້ວາຕ່າງໆ ເພື່ອເປັນບ່ອນອີງໃຫ້ຮຽບຮຽງປຶ້ມ ຕໍາລາ, ຄົ້ນຄ້ວາ, ແຕ່ງບົດສອນ ແລະ ບົດປະຖະ ກະຖາ, ທັງບົດຮຽນຂອງສ.ປ.ປ.ລາວ, ຂອງພາກພື້ນ ແລະ ສາກົນ ຫໍສະໜຸດຄົ້ນຄ້ວາໃນປັດຈຸບັນ ປະກອບ ດ້ວຍປຶ້ມຕໍາລາ, ເອກະສານວິຊາການ ຕ່າງໆ ເປັນຈໍານວນທັງໝົດ 5 000 ກ່ວາເຫຼັ້ມ;

  2. ຄົ້ນຄ້ວາ, ຮຽບຮຽງ, ແຕ່ງປຶ້ມຕໍາລາ, ປຶ້ມຄູ່ມືວິຊາການ ແລະ ເອກະສານຝຶກອົບຮົມ ເພື່ອຕອບສະໜອງຄວາມ ຕ້ອງການດ້ານການສຶກສາສາຍວິຊາຊີບຂະແໜງການທຸລະກິດຕ່າງໆກໍຄື ການສຶກ ສາຊັ້ນສູງ, ມະຫາວິທະຍາໄລ ແລະ ເໜືອວິທະຍາໄລ ຕາມ​ໂມ​ດູ​ນວິຊາ​ຮຽນ ທີ່​ກະຊວງ​ສຶກສາ​ໄດ້​ຮັບຮອງ​ເອົາ ແລະ ຈໍາໜ່າຍເພື່ອຮັບໃຊ້ການ ຄົ້ນຄ້ວາຮໍ່າຮຽນຂອງນັກສຶກສາ, ການສິດສອນຂອງຄູ ອາຈານ, ແລະ ການສຶກສາເພີ່ມຕື່ມສໍາລັບ ນັກຝຶກອົບ ຮົມຂະແໜງການຕ່າງໆ;

  3. ຮັບວຽກງານສໍາຫຼວດ, ຄົ້ນຄ້ວາ ແລະ ວິໄຈ ທີ່ພົວພັນກັບການວິເຄາະຜົນການປະຕິບັດງານດ້ານ ທຸລະກິດ, ເສດຖະກິດ, ການເງິນ ແລະ ອື່ນໆ ໃຫ້ແກ່ຫົວໜ່ວຍທຸລະກິດທຸກຂະແໜງການ;

  4. ໃຫ້ຄໍາປຶກສາ, ຄໍາແນະນໍາດ້ານວິຊາການ, ດໍາເນີນການຄົ້ນຄ້ວາ, ວິໄຈ, ວິເຄາະ ແລະ ປະເມີນຜົນຂໍ້ມູນ ກ່ຽວ ກັບ ການລົງທຶນ ແລະ ການວິເຄາະເອກະສານລາຍງານການເງິນ, ການສໍາຫຼວດ ກ່ຽວກັບ ວຽກງານຕ່າງໆຕາມ ຄວາມຕ້ອງການຂອງກົມກອງກ່ຽວຂ້ອງ;

  5. ດໍາເນີີນການຝຶກອົບຮົມຕົວຈິງທາງດ້ານວິຊາຊີບ ໃຫ້ແກ່ວິສາຫະກິດຂະໜາດໃຫ່ຍ, ຂະໜາດກາງ ແລະ ນ້ອຍ ຕາມແຕ່ລະຫົວຂໍ້ທີ່ພາກສ່ວນກ່ຽວຂ້ອງ ນໍາສະເໜີ;

  6. ຮ່ວມມືກັບ ຄະນະບັນຊີ ມະຫາວິທະຍາໄລແຫ່ງຊາດ ໃນການປະຕິບັດໂຄງການກໍ່ສ້າງນັກຊ່ຽວ ຊານບັນຊີ; ຍັງ ຈະ​ມີ​ການ​ສົມທົບ​ຮ່ວມ​ມື​ກັບ​ສະ​ຖາ​ບັນ, ນັກຊ່ຽວຊານ​ຕ່າງໆ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ (ມະຫາວິທະຍາ​ໄລ, ສະ​ຖາ​ບັນ​ຄົ້ນຄ້ວາ, ສະມາຄົມ​ວິຊາ​ຊີບ ທີ່​ມີ​ຊື່​ສຽງ) ເຊັ່ນ ACCA, CPA Australia, ສະມາຄົມວິຊາຊີບ ກຸ່ມປະເທດອາຊຽນ​:...);

  7. ວຽກງານອື່ນໆ: ຮັບແປເອກະສານ, ປຶ້ມຕໍາລາ, ປຶ້ມຄູ່ມື, ...ຈາກພາສາລາວ ເປັນພາສາ ຝະລັ່ງ, ອັງກິດ, ເຢຽລະມັນ, ຈີນ, ຫວຽດນາມ ແລະ ພາສາເຫຼົ່ານັ້ນ ເປັນພາສາລາວ.

FOR MORE INFORMATION


 

Director of Development

 

info@mysite.com

bottom of page